ຄິດຈະໂສດ ຈົ່ງໂສດແບບຄົນມີບຸນ…ບູຮານວ່າໄວ້ບໍ່ແມ່ນບໍ່ມີຄົນເອົາ ທີ່ເຮົາໂສດນີ້ເພາະເຮົາມີບຸນຫຼາຍ

ຄິດຈະໂສດ ຈົ່ງໂສດແບບຄົນມີບຸນ…ບູຮານວ່າໄວ້ບໍ່ແມ່ນບໍ່ມີຄົນເອົາ ທີ່ເຮົາໂສດນີ້ເພາະເຮົາມີບຸນຫຼາຍ

ຄົນໂສດທີ່ປາຖະໜາພົ້ນທຸກລຸດພົ້ນການວຽນວາຍຕາຍເກີດຄວາມໂສດນີ້ ໜ້າຈະມາຈາກຜົນກຳດີອັນເປັນບຸນເດີມຂອງເຂົາ ສ່ວນຄົນໂສດ ທີ່ບໍ່ໄດ້ສົນໃຈເລື່ອງສິນ ສະມາທິ ພາວະນາຄວາມໂສດນີ້ ໜ້າຈະມາຈາກກຳບໍ່ດີທີ່ສະແດງຜົນຕໍ່ເບົ້າໜ້າ ຖານະ ຜິວພັນ ອຸປະນິໄສຕ່າງໆຈື່ງເຮັດໃຫ້ໂສດ

ຄົນໂສດຫຼາຍຄົນ ກໍບໍ່ຢາກເປັນໂສດບາງຄົນເຖິງກັບເວົ້າວ່າຂ້ອຍຍອມປ່ຽນແປງທຸກຢ່າງເພື່ອໃຫ້ເຂົາກັບຄົນທີ່ຂອ້ຍຮັັກໄດ້ ບາງຄົນກໍບອກວ່າ ຂ້ອຍເບິ່ງແຍງຕົວເອງໄດ້ ເບິ່ງແຍງຄອບຄົວໄດ້ມີລາຍໄດ້ພໍລ້ຽງຕົນເອງ ລ້ຽງລູກຕາມລຳພັງໄດ້ ຂໍພຽງຮັກຂ້ອຍກໍພໍ ຂ້ອຍບໍ່ຂໍຫຍັງອີກ

ບາງຄົນຄິດວ່າ ບັນຫາຢູ່ທີ່ໂອກາດພົບຄົນນ້ອຍບໍ່ວ່າຈະເພາະທີ່ຢູ່ ບ່ອນເຮັດວຽກ ບ່ອນຮຽນ ຫຼື ທີ່ດຳເນີນຊີວິດ ບໍ່ມີໂອກາດພົບຄົນຫຼາຍໆ ບາງຄົນຄິດວ່າ ເປັນກຳເກົ່າ ພົມບໍ່ລິຂິດ ຫຼື ເກີດຈາກສິ່ງນອກເໜືອການຄວບຄຸມ ແຕ່ແທ້ໆແລ້ວ ເຮົາມີໂອກາດພົບຮັກ ແລະ ແຕ່ງງານມີຊີວິດຄູ່ຕະຫຼອດທຸກຊ່ວງອາຍຸຂອງເຮົາຕັ້ງແຕ່ໄວເດັກ ຈົນເຖິງບໍ່ຈັກມື້ກໍ່ຕາຍດ້ວຍຄວາມຊະລາ

ຂຶ້ນກັບວ່າ ເຮົາຈິງຈັງກັບຄວາມຕ້ອງການຊີວິດຄູ່ຫຼືບໍ່ ສະໄໝກ່ອນ ເປັນສິ່ງໜ້າອາຍ ຖ້າບອກວ່າຜູ້ຍິງຕ້ອງການຊີວິດຄູ່ ຕ້ອງາກນສາມີແຕ່ທີ່ຈິງແລ້ວ ເປັນຄວາມຕ້ອງການປົກກະຕິຂອງຄົນ ທີ່ຈະຕ້ອງການຄວາມຮັກ ຕ້ອງການຄົນຮັກ ຖ້າຈະຈຳກັດໃຫ້ແຄບໆວ່າ ມີຫຍັງທີ່ຕ້ອງປັບປຸງຫຼື ມີຫຍັງທີ່ຄົນມີຄູ່ກັບຄົນບໍ່ມີຄຸ່ຕ່າງກັນ

ສິ່ງນັ້ນຄື ທັດສະນະຄະຕິຄົນທີ່ຢ້ານສາລະພັດ, ຢ້ານຄົນຫຼອກລວງ, ຢ້ານຜິດຫວັງ, ຢ້ານບໍ່ໄດ້ດັ່ງໃຈ, ຢ້ານຂາຍໜ້າ…ມັກຈະຢ້ານທຸກຢ່າງ ຍົກເວັ້ນ ຢ້ານຢູ່ຄົນດຽວ ໃນສະຫະລັດອາເມລິກາ ຄົນຢ້ານຫຼາຍບໍ່ແມ່ນຢ້ານຢູ່ຄົນດຽວ ແຕ່ຢ້ານຕາຍຄົນດຽວຈົນເປັນຄຳດ່າວ່າ “ຄົນຢ່າງເຈົ້າຕ້ອງຕາຍຄົນດຽວຢ່າງໂດດດ່ຽວ” ພໍຄົນອາຍຸຫຼາຍຂຶ້ນ ຄວາມສາມາດໃນການເພິ່ງຕົນເອງ ກຊໍົດລົງດ້ວຍເພາະຮ່ງກາຍບໍ່ແຂງແຮງ ຟື້ນຕົວຊ້າ ແລະ ເຈັບປ່ວຍຕະຫຼອດ

ຫາກເຮົາເປັນຄົນໜຶ່ງທີ່ຄິດວ່າ ຂ້ອຍມີພີ່ນ້ອງ ມີລູກຫຼານມີເງິນ ມີສົມບັດ ມີຄົນໃກ້ຊິດ ມີຄົນເບິ່ງແຍງ ເຮົາກຳລັງຄິດໃນທາງທີ່ບໍ່ຖຶກຕ້ອງຖ້າມີໃຜຈັກຄົນທີ່ຈະເບິ່ງແຍງເຮົາຍາມແກ່ ປ້ອນນໍ້າ ປ້ອນອາຫານເຮົາ ອາບນໍ້າສະຜົມ ໃຫ້ເຮົາພາເຮົາໄປສູດອາກາດ ຕາກແດດຮັບໄອອຸ່ນ ໃນຍາມທີ່ເຮົາເຈັບປ່ວຍ ພິການ ຫຼື ເປັນອຳມະພາດ ບໍ່ແມ່ນພຽງ 1-2 ປີທຳອິດ ແຕ່ເປັນ 10 ປີ ຫຼື 20-30 ປີ ຄົນນັ້ນຄື ສາມີ ຫຼື ພັນລະຍາ ທີ່ຮ່ວມທຸກຮ່ວມສຸກກັນມາ ບໍ່ແມ່ນພີ່ນ້ອງ ລູກໆຫຼືຫຼານໆ ຄົນເຫຼົ່ານີ້ຈະທົນເຮັດໄດ້ບໍ່ດົນ

ທັດສະນະຄະຕິວ່າ ຂ້ອຍເກັ່ງ ຂ້ອຍຢູ່ໄດ້ ຂ້ອຍບໍ່ງໍ້ໃຜ ຂ້ອຍເປັນຄົນເລືອກ ຂ້ອຍບໍ່ແມ່ນຕົວເລືອກທຸກຢ່າງທີ່ ສອນໃຫ້ເຮົາແຂງແກ່ງ ເຮົາບໍ່ຕ້ອງເພິ່ງພາໃຜນີ້ແລະ ທີ່ເຮັດໃຫ້ເຮົາເປັນໂສດ

ແຕ່ລະຄົນເກີດມາໃນສະພາບແວດລ້ອມທີ່ຕ່າງກັນ 20ປີ 30ປີ ການຈະຢູ່ຮ່ວມກັນກັບຄົນອື່ນທີ່ເຕີບໂຕມາ ໃນສະພາບແວດລ້ອມທີ່ຕ່າງກັນ 20ປີ 30ປີ ເຊັ່ນກັນ ຍ່ອມບໍ່ງ່າຍ ຖ້າເຮົາຢືນຢັນວ່າ ຂ້ອຍຕ້ອງເປັນແບບນີ້ ລາວຕ້ອງປັບເຂົ້າຫາຂ້ອຍ ຫຼື ຂ້ອຍແກ່ເກີນຈະປັບຕົວແລ້ວເຮົາກໍຄືຖືກລິຂິດມາໃຫ້ຕາຍຄົນດຽວ

ຂອບໃຈ http://www.raotor.org

admin

error: Content is protected !!